ເຫດບ້ານການເມືອງ

ວັນທີ 25 ຕຸລາ 2023 ທີ່ວັດຊຽງທອງ ທາງວັດໄດ້ມີການເລິ່ມທົດລອງໄຕ້ໂຄມ ກາບ ໂຄມບັ້ງ(ທີ່ຫ້ອຍຕາມອາຮາມແລະຫໍຕ່າງໆ) ກັນແລ້ວ ເພື່ອທົດທອງເບິ່ງວ່າຄວາມຈະວາງແນວໃດໃຫ້ງົດງາມ ປັບແນວໃດໃຫ້ຮຸ່ງເຮືອງເຫລືອງເຫລື້ອມຂຶ້ນກວ່າເກົ່າ ເພາະອີກບໍ່ຈັກມື້ຂ້າງຫນ້ານີ້ ກໍ່ຈະຮອດມື້ໄຫລເຮືອໄຟ ຕາມວັດ ຕາມບ້ານຕ່າງໆ ທົ່ວຫລວງພຣະບາງເຮົາ ແລະທົ່ວປະເທດກໍ່ຈະພາກັນໄຕ້ໂຄມ ໄຫລເຮືອໄຟກັນແລ້ວ ແລະບັນດາເຖົ້າແກ່ແນວໂຄມບ້ານຊຽງທອງຄີລີ ກໍ່ເລັ່ງພາກັນຕິດເຮືອໄຟຂອງຄຸ້ມບ້ານເພື່ອປະກອບສ່ວນເຂົ້າຂະບວນແຫ່ເຮືອໄຟ ທີ່ທາງການຈະຈັດຂຶ້ນ.

Cr: ວັດຊຽງທອງ ແລະ Alounny Keovonglath

Views: 6

Spread the love

Leave A Reply

6 + 1 =