ເສດຖະກິດ ແລະ ການເມືອງ

ເພື່ອປົກປ້ອງແລະສົ່ງເສີມການຜະລິດພາຍໃນໃຫ້ມີຄວາມເຂັມແຂງ ຢູ່ທາມກາງເສດຖະກິດທີ່ມີຄວາມຫຍຸ້ງຍາກ ນັບແຕ່ເດືອນນີ້ເປັນຕົ້ນໄປ ລັດຖະບານຈະຄຸມຄອງການນຳເຂົ້າຢ່າງຈີງຈັງ ຈະມີພຽງບໍລິສັດທີ່ລົງທະບຽນທີ່ຖືກຕ້ອງຕາມລະບຽບການເທົ່ານັ້ນ ທີ່ສາມາດນຳເຂົ້າແລະ ສົ່ງອອກສິນຄ້າໄດ້ ທັງນີ້ກໍ່ເພື່ອຮັບປະກັນການເສຍພາສີອາກອນໃຫ້ຄົບຖ້ວນ ແລະ ຮູ້ໄດ້ສິນຄ້າທີ່ຈຳເປັນນຳເຂົ້າໄດ້ຢ່າງແທ້ຈີງ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈ່ງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 9 ວ່າ ມາດຕະການທີ່ສຳຄັນໃນການນຳເຂົ້າວ່າ ການອອກມາດຕະການເພື່ອຈຳກັດການນຳເຂົ້າສິນຄ້າ ແມ່ນສາມາດເຮັດໄດ້ແຕ່ຕ້ອງໄດ້ມີການສຶກສາລະອຽດເງື່ອນໄຂຕ່າງໆທີ່ອະນຸຍາດໃຫ້ມີການຈຳກັດໂດຍອົງການການຄ້າໂລກແລະປະເທດຄູ່ຄ້າ ພ້ອມກັນນີ້ກໍ່ຕ້ອງມີຂໍ້ມູນຊັດເຈນໃນການວິເຄາະຜົນກະທົບຕໍ່ຕົ້ນທຶນການຜະລິດ ຕໍ່ລາຄາສິນຄ້າ ຕໍ່ການສະໜອງສິນຄ້າ ແລະ ຕໍ່ມາດຕະການຕອບໂຕ້ຕ່າງຈາກປະເທດຄູ່ຄ້າ ສຳລັບການຄຸ້ມຄອງອອກໃບອະນຸຍາດນຳເຂົ້າ ແລະ ສົ່ງອອກສິນຄ້າ ແມ່ນພາລະບົດບາດຂອງການກ່ຽວເປັນຜູ້ຄຸ້ມຄອງເຊັ່ນ:

  1. ກະຊວງກະສິກຳ ແລະ ປ່າໄມ້ ແມ່ນຄຸ້ມຄອງການນຳເຂົ້າປະເພດສັດ ຜະລິດຕະພັນສັດ ອາຫານສັດ ຢາປາບສັດຕູພືດ ຝຸ່ນ

2. ກະຊວງສາທາລະນາສຸກ ຄຸ້ມຄອງປະເພດອາຫານ ແລະ ຢາ

3. ກະຊວງພະລັງງານແລະບໍ່ແຮ່ ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກແຮ່ທາດ ແລະ ໄຟຟ້າ

4. ກະຊວງອຸດສາຫະກຳ ແລະ ການຄ້າ ຄຸ້ມຄອງການນຳເຂົ້າປະເພດນຳມັນເຊື້ອໄຟ, ອາຍແກັດ, ພາຫະນະ, ໄມ້ ແລະ ເຂົ້າກິນ

5 ສຳລັບສິນຄ້ານຳເຂົ້າທົ່ວໄປ ແມ່ນເຈົ້າໜ້າທີ່ ປະຈຳດ່ານເປັນຜູ້ອະນຸມັດນຳເຂົ້າ

Views: 5

Spread the love

Leave A Reply

− 4 = 4