ເສດຖະກິດ ແລະ ການເມືອງ

ລັດຖະບານຕັ້ງເປົ້າອອກທະບຽນທີ່ດິນ 220,000ຕອນ ໃນປີ 2023

ໝົດປີ 2023 ນີ້ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕັ້ງເປົ້າຂຶ້ນທະບຽນໃບຕາດິນໃຫ້ໄດ້ 220.000 ຕອນ ຫຼື ເທົ່າ ກັບ 55% ຂອງແຜນການປີ. ຜ່ານມາຈັດຕັ້ງປະຕິບັດຂຶ້ນທະບຽນອອກໃບຕາດິນ ໄດ້ພຽງແຕ່ 110.262 ຕອນ (ຂໍ້ມູນ ວັນທີ 23/10/2023) ເທົ່າກັບ 27.50 % ຂອງແຜນການປີ (400.000 ຕອນ) ເຊິ່ງ ຕົວເລກສໍາມະໂນຕອນດິນ ທີ່ເຮົາເກັບກໍາໄດ້ທັງໝົດໃນທົ່ວປະເທດ ມີທັງໝົດ 3 ລ້ານກວ່າຕອນ, ຂຶ້ນທະບຽນອອກໃບຕາດິນສໍາເລັດແລ້ວ 1,5 ລ້ານກວ່າຕອນ, ຍັງປະມານ 1,6 ລ້ານຕອນ ຈຶ່ງເປັນຄາດໝາຍສູ້ຊົນ ຢາກໃຫ້ສໍາເລັດໃນປີ 2025. ການຈັດຕັ້ງປະຕິບັດຕົວຈິງ ເຄິ່ງສະໄໝ (2021-2025) ສາມາດຂຶ້ນທະບຽນອອກໃບຕາດິນໄດ້ 335.455 ຕອນ ຫຼື ປະມານ 21% ຂອງ ແຜນການ 5 ປີ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ທີ່ໄດ້ຊີ້ແຈ້ງຕໍ່ຄຳຊັກຖາມຂອງ ສສຊ ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ພະຈິກ ຜ່ານມາວ່າ: ລັດຖະບານ, ອົງການປົກຄອງທ້ອງຖິ່ນ ກໍຄື ຂະແໜງ ຊສ ກໍໄດ້ເອົາໃຈໃສ່ ໃນການສືບຕໍ່ສູ້ຊົນ, ແກ້ໄຂບັນຫາທີ່ເປັນອຸປະສັກ ໂດຍອີງໃສ່ທ່າແຮງ ແລະ ຄວາມສາມາດຕົວຈິງ, ພາຍໃຕ້ການສະໜັບສະໜູນ ແລະ ການຮ່ວມມືຂອງຫຼາຍພາກສ່ວນ. ສະເພາະ, ພາຍໃນກະຊວງ ຊສ ກໍໄດ້ດໍາເນີນມາດຕະການດັ່ງນີ້: 1) ແຕ່ງຕັ້ງຄະນະຮັບຜິດຊອບ 10 ຄະນະ, ປະກອບມີຄະນະກົມ ແລະ ວິຊາການຂອງກົມທີ່ດິນ ເພື່ອລົງຊຸກຍູ້ ການປັບປຸງວຽກງານຄຸ້ມຄອງທີ່ດິນ ແລະ ຂຶ້ນທະບຽນອອກໃບຕາດິນ ຢູ່ທຸກໆແຂວງໃນຂອບເຂດທົ່ວປະເທດ; 2) ເອົາໃຈໃສ່ ຜັນຂະຫຍາຍນິຕິກໍາລຸ່ມກົດໝາຍ ໃຫ້ຄົບຊຸດ ເພື່ອເປັນບ່ອນອີງໃຫ້ແກ່ການຂຶ້ນທະບຽນອອກໃບຕາດິນ ໂດຍສະເພາະ ທີ່ດິນປ່າໄມ້; 3) ຊຸກຍູ້ ອົງການປົກຄອງແຂວງ ແລະ ເມືອງ ໃນການສ້າງ ແລະ ປະກອບແຜນການນໍາໃຊ້ງົບປະມານເພື່ອຂຶ້ນທະບຽນອອກໃບຕາດິນ; 4) ເລັ່ງການຈັດຊື້ ແລະ ປະກອບອຸປະກອນ ໃຫ້ກັບໜ່ວຍງານຂຶ້ນທະບຽນອອກໃບຕາດິນຂອງເມືອງ ຕາມງົບປະມານຂອງໂຄງການ ແລະ ງົບປະມານທີ່ໄດ້ຮັບອະນຸມັດຈາກລັດຖະບານ ໃຫ້ສໍາເລັດໃນເດືອນພະຈິກ 2023 ນີ້; (ບາງອົງການປົກຄອງທ້ອງຖິ່ນ ກໍໄດ້ບິແບ່ງງົບປະມານຂອງແຂວງຕົນ ຊ່ວຍຈັດຊື້ອຸປະກອນ, ຈັດສັນທີ່ດິນ ແລະ ການປັບປຸງຫ້ອງການເມືອງ); 5) ສືບຕໍ່ປະສານສົມທົບ ກັບກະຊວງ/ຂະແໜງການກ່ຽວຂ້ອງ ໃຫ້ມີສ່ວນຮ່ວມໃນການຈັດສັນທີ່ດິນ ແລະ ຂຶ້ນທະບຽນອອກໃບຕາດິນ; 6) ເປີດໃຫ້ພາກສ່ວນເອກະຊົນ ມີສ່ວນຮ່ວມໃນວຽກງານສໍາຫຼວດ ວັດແທກທີ່ດິນ ແລະ ການຫັນເປັນທັນສະໄໝ; 7) ເຜີຍແຜ່ ແລະ ປູກຈິດສໍານຶກໃຫ້ກັບປະຊາຊົນ ທີ່ຢູ່ໃນບ້ານຫ່າງໄກສອກຫຼີກ ຮ່ວມມືເຂົ້າຮ່ວມໃນຂະບວນການຂຶ້ນທະບຽນອອກໃບຕາດິນ;  ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ໃນການມອບວຽກ ຂຶ້ນທະບຽນອອກໃບຕາດິນ ແລະ ຈົດທະບຽນປ່ຽນແປງສິດນໍາໃຊ້ທີ່ດິນ ຈາກຂັ້ນແຂວງ ໃຫ້ຂັ້ນເມືອງ ໃຫ້ສໍາເລັດ. ທີ່ມາ: ຄັດຈາກ ໜັງສືພີມວຽງຈັນທາມ
ເສດຖະກິດ ແລະ ການເມືອງ

ລັດຖະບານສະວິດ ໃຫ້ທຶນຊ່ວຍເຫຼືອແກ່ໂຄງການຄຸ້ມຄອງທີ່ດິນ ແລະ ການລົງທຶນແບບຍືນຍົງແກ່ຊີວິດການເປັນຢູ່

ກະໍວງກະສິກຳ ແລະ ປ່າໄມ້ ແລະ ອົງການຮ່ວມມືສະວິດ ໄດ້ລົງນາມເຊັນສັນຍາເພື່ອການພັດທະນາໂຄງການຄຸ້ມຄອງທີ່ດິນ ແລະ ການລົງທຶນແບບຍືນຍົງສຳລັບຊີວິດການເປັນຢູ່ທີ່ຍືດຍຸນຕໍ່ກັບການປ່ຽນແປງດິນຟ້າອາກາດ ໂຄງການດັ່ງກ່າວມີຊື່ຫຍໍ້ວ່າ SLMIC ມີເປົ້າໝາຍເພື່ອຊ່ວຍລັດຖະບານແຫ່ງ ສປປ ລາວ ໃນການຍົກສູງການຄຸ້ມຄອງທີ່ດິນ, ສົ່ງເສີມການລົງທຶນທີ່ມີຄຸນນະພາບ, ຍົກສູງຄວາມຮູ້ ແລະ ຂີດຄວາມສາມາດ, ຂະບວນການ ເພື່ອຜົນປະໂຫຍດຂອງຊຸມຊົນທີ່ມີຄວາມສ່ຽງສູງ ແລະ ເປັນການສະເຫຼີມສະຫຼອງຄົບຮອບຄົບຮອບ 60ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລະະຫວ່າງ ສປປ ລາວ ແລະ ສະຫະພັນສະວິດ ໃນວັນທີ 3 ພະຈິກ 2023 ໄດ້ມີການເຊັນສັນຍາໂຄງການຮ່ວມມືຢ່າງເປັນທາງການຂຶ້ນທີ່ ກະຊວງກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໂດຍແມ່ນທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກັບ ທ່ານ ເປໂດຣ ວາສ໌ເລັນ (Mr Pedro Zwahlen ) ເອກອັກຄະລັດຖະທູດ ປະເທດສະວິດ ປະຈຳຣາຊະຈັກໄທ, ກຳປູເຈຍ ແລະ ສປປ ລາວ ເຂົ້າຮ່ວມ ເຊິ່ງສັນຍາດັ່ງກ່າວມີມູນຄ່າ 4,5 ລ້ານໂດລາສະຫະລັດ ເພື່ອການສະໜັບສະໜູນການສົ່ງເສີມການຄຸ້ມຄອງທີ່ດິນ ແລະ ການລົງທຶນທີ່ຍືດຍຸນຕໍ່ກັບການປ່ຽນແປງດິນຟ້າອາກາດ ທ່ານ ເພັດ ພົມພິພັກ ໄດ້ກ່າວວ່າ: ໂຄງການດັ່ງກ່າວນີ້ແມ່ນສອດຄ່ອງກັບຍຸດທະສາດການພັດທະນາກະສິກຳ ຮອດປີ 2025 ແລະ ວິໄສທັດ 2030 ຂອງ ລັດຖະບານ ເຊິ່ງໄດ້ມີຄວາມສຳຄັນຕໍ່ການຄຸ້ມຄອງທີ່ດິນ ແລະ ລົງທຶນທີ່ຍືນຍົງ ສຳລັບຊີວິດການເປັນຢູ່ທີ່ຍືດຍຸ່ນຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ, ການຮັບປະກັນໃນການຄຸ້ມຄອງທີ່ດິນທີ່ຍືນຍົງຂອງປະເທດ
ເສດຖະກິດ ແລະ ການເມືອງ

ລັດຖະບານຈະຈຳກັດການນຳເຂົ້າຢ່າງຈີງຈັງ ບໍລິສັດໃດບໍ່ມີທະບຽນແມ່ນເປັນໂມຄະ

ເພື່ອປົກປ້ອງແລະສົ່ງເສີມການຜະລິດພາຍໃນໃຫ້ມີຄວາມເຂັມແຂງ ຢູ່ທາມກາງເສດຖະກິດທີ່ມີຄວາມຫຍຸ້ງຍາກ ນັບແຕ່ເດືອນນີ້ເປັນຕົ້ນໄປ ລັດຖະບານຈະຄຸມຄອງການນຳເຂົ້າຢ່າງຈີງຈັງ ຈະມີພຽງບໍລິສັດທີ່ລົງທະບຽນທີ່ຖືກຕ້ອງຕາມລະບຽບການເທົ່ານັ້ນ ທີ່ສາມາດນຳເຂົ້າແລະ ສົ່ງອອກສິນຄ້າໄດ້ ທັງນີ້ກໍ່ເພື່ອຮັບປະກັນການເສຍພາສີອາກອນໃຫ້ຄົບຖ້ວນ ແລະ ຮູ້ໄດ້ສິນຄ້າທີ່ຈຳເປັນນຳເຂົ້າໄດ້ຢ່າງແທ້ຈີງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈ່ງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 9 ວ່າ ມາດຕະການທີ່ສຳຄັນໃນການນຳເຂົ້າວ່າ ການອອກມາດຕະການເພື່ອຈຳກັດການນຳເຂົ້າສິນຄ້າ ແມ່ນສາມາດເຮັດໄດ້ແຕ່ຕ້ອງໄດ້ມີການສຶກສາລະອຽດເງື່ອນໄຂຕ່າງໆທີ່ອະນຸຍາດໃຫ້ມີການຈຳກັດໂດຍອົງການການຄ້າໂລກແລະປະເທດຄູ່ຄ້າ ພ້ອມກັນນີ້ກໍ່ຕ້ອງມີຂໍ້ມູນຊັດເຈນໃນການວິເຄາະຜົນກະທົບຕໍ່ຕົ້ນທຶນການຜະລິດ ຕໍ່ລາຄາສິນຄ້າ ຕໍ່ການສະໜອງສິນຄ້າ ແລະ ຕໍ່ມາດຕະການຕອບໂຕ້ຕ່າງຈາກປະເທດຄູ່ຄ້າ ສຳລັບການຄຸ້ມຄອງອອກໃບອະນຸຍາດນຳເຂົ້າ ແລະ ສົ່ງອອກສິນຄ້າ ແມ່ນພາລະບົດບາດຂອງການກ່ຽວເປັນຜູ້ຄຸ້ມຄອງເຊັ່ນ: ກະຊວງກະສິກຳ ແລະ ປ່າໄມ້ ແມ່ນຄຸ້ມຄອງການນຳເຂົ້າປະເພດສັດ ຜະລິດຕະພັນສັດ ອາຫານສັດ ຢາປາບສັດຕູພືດ ຝຸ່ນ 2. ກະຊວງສາທາລະນາສຸກ ຄຸ້ມຄອງປະເພດອາຫານ ແລະ ຢາ 3. ກະຊວງພະລັງງານແລະບໍ່ແຮ່ ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກແຮ່ທາດ ແລະ ໄຟຟ້າ 4. ກະຊວງອຸດສາຫະກຳ ແລະ ການຄ້າ ຄຸ້ມຄອງການນຳເຂົ້າປະເພດນຳມັນເຊື້ອໄຟ, ອາຍແກັດ, ພາຫະນະ, ໄມ້ ແລະ ເຂົ້າກິນ 5 ສຳລັບສິນຄ້ານຳເຂົ້າທົ່ວໄປ ແມ່ນເຈົ້າໜ້າທີ່ ປະຈຳດ່ານເປັນຜູ້ອະນຸມັດນຳເຂົ້າ
ເສດຖະກິດ ແລະ ການເມືອງ

ລັດຖະບານສົ່ງເສີມ ແລະ ສ້າງຄວາມເຂັມແຂງໃຫ້ຜູ້ປະກອບການພາຍໃນດ້ວຍທຶນກວ່າ 152ຕື້ກີບ

ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ), ກະຊວງອຸດສາຫະກໍາ ເເລະ ການຄ້າ ໄດ້ສະໜອງທຶນກວ່າ 152 ຕື້ກີບ ໃຫ້ກັບທະນາຄານທຸລະກິດ ເພື່ອກະຈາຍທຶນໃຫ້ຜູ້ປະກອບການ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການພາຍໃນ. ພິທີຊັນສັນຍາ ການສະໜອງທຶນດັ່ງກ່າວມີຂຶ້ນເມື່ອບໍ່ດົນມານີ້ ທີ່ ສູນການຄ້າຈອມມະນີ ເຊັນເຕີ ໂດຍການເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ, ປະທານສະພາບໍລິຫານ ທສວ ແລະ ມີຜູ້ເຂົ້າຮ່ວມເປັນສັກຂີພະຍານ ລວມທັງໝົດຈໍານວນ 130ທ່ານ. ໃນພິທີຄັ້ງນີ້ ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວ ວ່າ “ການສະໜອງທຶນໃນຄັ້ງນີ້ ເພື່ອເປັນການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບ ແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາ ສິນຄ້າ ແລະ ໜີ້ສິນຕ່າງປະເທດ”. ພາຍໃຕ້ສັນຍາສະບັບດັ່ງກ່າວປະກອບມີ 03 ບ້ວງເງິນ ຄື: ບ້ວງທຳອິດ ແມ່ນເງິນປະກອບທຶນ ຂອງລັດຖະບານໃຫ້ ທສວ ສໍາລັບ 06 ເດືອນຕົ້ນປີ 2023 ລວມມູນຄ່າ 106,26 ຕື້ກີບ ເຊິ່ງ ທສວ ໄດ້ຈະໜອງໃຫ້ 06 ທະນາຄານທຸລະກິດ ຄື: ທະນາຄານ ພັດທະນາລາວ ຈໍານວນ 20 ຕື້ກີບ, ທະນາຄານໄຊງ່ອນເທືອງຕິ່ນ ລາວ ຈໍານວນ 26 ຕື້ກີບ, ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍານວນ 10 ຕື້ກີບ, ທະນາຄານມາຣູຮານເຈແປນ ລາວ 10 ຕື້ກີບ, ທະນາຄານຫວຽດຕິນ ລາວ ຈໍານວນ 10 ຕື້ກີບ ແລະ ທະນາຄານການຄ້າ ຕ່າງປະເທດລາວ ຈໍານວນ 30,26 ຕື້ກີບ. ບ້ວງທີ 2 ແມ່ນເງິນໂຄງການເຂົ້າເຖິງແຫຼ່ງທຶນ ຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR) ຊຶ່ງໄດ້ ສະໜອງໃຫ້ທະນາຄານໄຊງ່ອນເທືອງຕິ່ນ ລາວ ຈໍານວນ 40,67 ຕື້ກີບ. ສ່ວນບ້ວງທີ 3 ແມ່ນເງິນສະສົມ ທສວ ປະຈໍາປີ 2023 ລວມມູນຄ່າ 5,07 ຕື້ກີບ ເຊິ່ງໄດ້ສະໜອງໃຫ້ 6 ສະຖາບັນການເງິນຈຸລະພາກ ຄື: ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ປະຕູຄໍາ ຈໍານວນ 1 ຕື້ກີບ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ (ສກຈບ) ເພື່ອການ ພັດທະນາ ແລະ ສົ່ງເສີມທຸລະກິດ ຈໍານວນ 500 ລ້ານກີບ, ສກຈບ ໄຊອຸດົມ 1 ຕື້ກີບ, ສກຈຮ ຈໍາປາລາວ ຈໍານວນ 1,07 ຕື້ກີບ, ສກຈບ ສະເຫຼີມສຸກ ຈໍານວນ 1 ຕື້ກີບ ແລະ ສກຈບ ໄຊຍະວົງແສງ (ຄູ່ມືຮ່ວມມືໃໝ່) ຈໍານວນ 500 ລ້ານກີບ. ສໍາລັບ ຈນກ ຫົວໜ່ວຍໃດທີ່ມີຄວາມສົນໃຈຢາກກູ້ຢືມເງິນບ້ວງດັ່ງກ່າວນີ້ສາມາດປະສານກັບ ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ທີ່ກ່າວມາຂ້າງເທິງນັ້ນໄດ້ໂດຍກົງ. Cr: ໜັງສືພີມວຽງຈັນທາມ www.laoras.com ຕິດຕໍ່ໂຄສະນາ: 020 56 354 949 , 020 99677819 ສະໜັບສະໜູນໂດຍ: INTHA VILLA BY DESIGN MeeSom Mart ຮ້ານສະດວກຊື້ຂອງຄົນລຸ້ນໃໝ່ ບ້ານ ນາເຄືອ ເມືອງວຽງຄຳ ແຂວງວຽງຈັນ
ເສດຖະກິດ ແລະ ການເມືອງ

ຊາວເມືອງວັງວຽງຍິ້ມເປິ້ນ ເມື່ອຮູ້ຂ່າວນີ້

ນັບວ່າເປັນຂ່າວຮືຮາກັນທົ່ວທັງປວງຊົນລາວ ກັບການມາຢ້ຽມຢາມຂອງຄະນະເຈົ້າຊີວິດບຣູໄນດາລູຊາລັມ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເຊິ່ງສິ່ງທີ່ໃຫ້ສາວໆລາວທັງສາວນ້ອຍສາວໃຫຍ່ຍີ້ມກັນທຸກຄັ້ງກໍ່ຄື ເຈົ້າຊາຍ ຂອງ ບຣູໄນ ທີ່ມີບຸກຂະລີກໜ້າຕາແບບເອີ້ນໄດ້ວ່າລະດັບເປັາດາຣາໄດ້ສະບາຍໆ ລ່າສຸດມື້ນີ້ ວັນທີ 4 ຕຸລາ 2023 ຄະນະຂອງເພິ່ນໄດ້ເດີນທາງໄປ ເຮັດວຽກ ທີ່ວັງວຽງ ດ້ວຍລົດໄຟ ສະຖານີ ວຽງຈັນ-ວັງວຽງ ທີ່ມາ: Khaek Phommakone