ເສດຖະກິດ ແລະ ການເມືອງ

ລັດຖະບານສະວິດ ໃຫ້ທຶນຊ່ວຍເຫຼືອແກ່ໂຄງການຄຸ້ມຄອງທີ່ດິນ ແລະ ການລົງທຶນແບບຍືນຍົງແກ່ຊີວິດການເປັນຢູ່

ກະໍວງກະສິກຳ ແລະ ປ່າໄມ້ ແລະ ອົງການຮ່ວມມືສະວິດ ໄດ້ລົງນາມເຊັນສັນຍາເພື່ອການພັດທະນາໂຄງການຄຸ້ມຄອງທີ່ດິນ ແລະ ການລົງທຶນແບບຍືນຍົງສຳລັບຊີວິດການເປັນຢູ່ທີ່ຍືດຍຸນຕໍ່ກັບການປ່ຽນແປງດິນຟ້າອາກາດ ໂຄງການດັ່ງກ່າວມີຊື່ຫຍໍ້ວ່າ SLMIC ມີເປົ້າໝາຍເພື່ອຊ່ວຍລັດຖະບານແຫ່ງ ສປປ ລາວ ໃນການຍົກສູງການຄຸ້ມຄອງທີ່ດິນ, ສົ່ງເສີມການລົງທຶນທີ່ມີຄຸນນະພາບ, ຍົກສູງຄວາມຮູ້ ແລະ ຂີດຄວາມສາມາດ, ຂະບວນການ ເພື່ອຜົນປະໂຫຍດຂອງຊຸມຊົນທີ່ມີຄວາມສ່ຽງສູງ ແລະ ເປັນການສະເຫຼີມສະຫຼອງຄົບຮອບຄົບຮອບ 60ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລະະຫວ່າງ ສປປ ລາວ ແລະ ສະຫະພັນສະວິດ ໃນວັນທີ 3 ພະຈິກ 2023 ໄດ້ມີການເຊັນສັນຍາໂຄງການຮ່ວມມືຢ່າງເປັນທາງການຂຶ້ນທີ່ ກະຊວງກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໂດຍແມ່ນທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກັບ ທ່ານ ເປໂດຣ ວາສ໌ເລັນ (Mr Pedro Zwahlen ) ເອກອັກຄະລັດຖະທູດ ປະເທດສະວິດ ປະຈຳຣາຊະຈັກໄທ, ກຳປູເຈຍ ແລະ ສປປ ລາວ ເຂົ້າຮ່ວມ ເຊິ່ງສັນຍາດັ່ງກ່າວມີມູນຄ່າ 4,5 ລ້ານໂດລາສະຫະລັດ ເພື່ອການສະໜັບສະໜູນການສົ່ງເສີມການຄຸ້ມຄອງທີ່ດິນ ແລະ ການລົງທຶນທີ່ຍືດຍຸນຕໍ່ກັບການປ່ຽນແປງດິນຟ້າອາກາດ ທ່ານ ເພັດ ພົມພິພັກ ໄດ້ກ່າວວ່າ: ໂຄງການດັ່ງກ່າວນີ້ແມ່ນສອດຄ່ອງກັບຍຸດທະສາດການພັດທະນາກະສິກຳ ຮອດປີ 2025 ແລະ ວິໄສທັດ 2030 ຂອງ ລັດຖະບານ ເຊິ່ງໄດ້ມີຄວາມສຳຄັນຕໍ່ການຄຸ້ມຄອງທີ່ດິນ ແລະ ລົງທຶນທີ່ຍືນຍົງ ສຳລັບຊີວິດການເປັນຢູ່ທີ່ຍືດຍຸ່ນຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ, ການຮັບປະກັນໃນການຄຸ້ມຄອງທີ່ດິນທີ່ຍືນຍົງຂອງປະເທດ
ເສດຖະກິດ ແລະ ການເມືອງ

ລັດຖະບານຈະຈຳກັດການນຳເຂົ້າຢ່າງຈີງຈັງ ບໍລິສັດໃດບໍ່ມີທະບຽນແມ່ນເປັນໂມຄະ

ເພື່ອປົກປ້ອງແລະສົ່ງເສີມການຜະລິດພາຍໃນໃຫ້ມີຄວາມເຂັມແຂງ ຢູ່ທາມກາງເສດຖະກິດທີ່ມີຄວາມຫຍຸ້ງຍາກ ນັບແຕ່ເດືອນນີ້ເປັນຕົ້ນໄປ ລັດຖະບານຈະຄຸມຄອງການນຳເຂົ້າຢ່າງຈີງຈັງ ຈະມີພຽງບໍລິສັດທີ່ລົງທະບຽນທີ່ຖືກຕ້ອງຕາມລະບຽບການເທົ່ານັ້ນ ທີ່ສາມາດນຳເຂົ້າແລະ ສົ່ງອອກສິນຄ້າໄດ້ ທັງນີ້ກໍ່ເພື່ອຮັບປະກັນການເສຍພາສີອາກອນໃຫ້ຄົບຖ້ວນ ແລະ ຮູ້ໄດ້ສິນຄ້າທີ່ຈຳເປັນນຳເຂົ້າໄດ້ຢ່າງແທ້ຈີງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈ່ງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 9 ວ່າ ມາດຕະການທີ່ສຳຄັນໃນການນຳເຂົ້າວ່າ ການອອກມາດຕະການເພື່ອຈຳກັດການນຳເຂົ້າສິນຄ້າ ແມ່ນສາມາດເຮັດໄດ້ແຕ່ຕ້ອງໄດ້ມີການສຶກສາລະອຽດເງື່ອນໄຂຕ່າງໆທີ່ອະນຸຍາດໃຫ້ມີການຈຳກັດໂດຍອົງການການຄ້າໂລກແລະປະເທດຄູ່ຄ້າ ພ້ອມກັນນີ້ກໍ່ຕ້ອງມີຂໍ້ມູນຊັດເຈນໃນການວິເຄາະຜົນກະທົບຕໍ່ຕົ້ນທຶນການຜະລິດ ຕໍ່ລາຄາສິນຄ້າ ຕໍ່ການສະໜອງສິນຄ້າ ແລະ ຕໍ່ມາດຕະການຕອບໂຕ້ຕ່າງຈາກປະເທດຄູ່ຄ້າ ສຳລັບການຄຸ້ມຄອງອອກໃບອະນຸຍາດນຳເຂົ້າ ແລະ ສົ່ງອອກສິນຄ້າ ແມ່ນພາລະບົດບາດຂອງການກ່ຽວເປັນຜູ້ຄຸ້ມຄອງເຊັ່ນ: ກະຊວງກະສິກຳ ແລະ ປ່າໄມ້ ແມ່ນຄຸ້ມຄອງການນຳເຂົ້າປະເພດສັດ ຜະລິດຕະພັນສັດ ອາຫານສັດ ຢາປາບສັດຕູພືດ ຝຸ່ນ 2. ກະຊວງສາທາລະນາສຸກ ຄຸ້ມຄອງປະເພດອາຫານ ແລະ ຢາ 3. ກະຊວງພະລັງງານແລະບໍ່ແຮ່ ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກແຮ່ທາດ ແລະ ໄຟຟ້າ 4. ກະຊວງອຸດສາຫະກຳ ແລະ ການຄ້າ ຄຸ້ມຄອງການນຳເຂົ້າປະເພດນຳມັນເຊື້ອໄຟ, ອາຍແກັດ, ພາຫະນະ, ໄມ້ ແລະ ເຂົ້າກິນ 5 ສຳລັບສິນຄ້ານຳເຂົ້າທົ່ວໄປ ແມ່ນເຈົ້າໜ້າທີ່ ປະຈຳດ່ານເປັນຜູ້ອະນຸມັດນຳເຂົ້າ