ເຫດບ້ານການເມືອງ

ວັນຊາດປີນີ້ກຳນົດເອົາວັນທີ 4 ເພື່ອພັກຊົດເຊີຍ ວັນທີ 2 ທັນວາ 2023

ສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການກຳນົດວັນຈັນ ທີ 4 ທັນວາ 2023 ເປັນວັນພັກຊົດເຊີຍວັນຊາດທີ 2 ທັນວາ 2023. (ລາຍລະອຽດຢູ່ໃນແຈ້ງການ)
ເຫດບ້ານການເມືອງ

ເຫດດ່ວນ ເກັບກູ້ຊາກລົດໄດ້ແລ້ວ ແຕ່ຍັງບໍ່ເຫັນຄົນໃນລົດ

ໃນວັນທີ 18/11/23 ເວລາ 03:57 ນາທີ ເຈົ້າໜ້າທີ່ໄດ້ຮັບການແຈ້ງເຫດດ່ວນຈາກ ປະຊາຊົນວ່າ ມີລົດເກງ ແຄມເມີລີ່ ສີຂາວ ກຳລັງມຸງໜ້າຂຶ້ນເໜືອທາງວຽງຈັນ ໄດ້ຕົກລົງທີ່ຂົວນໍ້າໂດນ ເມືອງ ທ່າແຂກ ແຂວງ ຄຳມ່ວນ ຫຼັງຈາກນັ້ນ ເວລາ 8ໂມງເຊົ້າເຈົ້າໜ້າທີ່ທີ່ເຮັດການຊອກຫາຈຶ່ງໄດ້ພົບ ຊິ້ນສ່ວນດ້ານໜ້າຂອງລົດຄັນດັ່ງກ່າວ ມີປ້າຍທະບຽນ ນຂ 8898 ນະຄອນຫຼວງວຽງຈັນ ສ່ວນໂຕລົດ ແລະ ບຸກຄົນພາຍໃນລົດຍັງພົບ ແລະ ຊາບຊັດເຈນວ່າມີຈຳນວນຈັກຄົນທີ່ເດີນທາງຮ່ວມກັນ ປະຈຸບັນເຈົ້າໜ້າທີ່ກຳລັງເກັບກຳຂໍ້ມູນເພື່ອຊອກຫາເຈົ້າຂອງລົດຄັນດັ່ງກ່າວ ປະຈຸບັນແມ່ນພົບຊາກລົດແລ້ວແຕ່ບໍ່ພົບຄົນຂັບລົດ ແລະ ໄດ້ນຳລົດຂຶ້ນມາແລ້ວຂໍ້ມູນເບື້ອງຕົ້ນພົບວ່າຄົນຂັບເປັນເພດຊາຍ ຢູ່ເມືອງຍົມມະລາດ ແຂວງຄຳມ່ວນ
ເຫດບ້ານການເມືອງ

ວັດຊຽງທອງທົດທລອງໄຕ້ໂຄມໄຟກະກຽມສະເຫຼີມສະຫຼອງອອກພັນສາ

ວັນທີ 25 ຕຸລາ 2023 ທີ່ວັດຊຽງທອງ ທາງວັດໄດ້ມີການເລິ່ມທົດລອງໄຕ້ໂຄມ ກາບ ໂຄມບັ້ງ(ທີ່ຫ້ອຍຕາມອາຮາມແລະຫໍຕ່າງໆ) ກັນແລ້ວ ເພື່ອທົດທອງເບິ່ງວ່າຄວາມຈະວາງແນວໃດໃຫ້ງົດງາມ ປັບແນວໃດໃຫ້ຮຸ່ງເຮືອງເຫລືອງເຫລື້ອມຂຶ້ນກວ່າເກົ່າ ເພາະອີກບໍ່ຈັກມື້ຂ້າງຫນ້ານີ້ ກໍ່ຈະຮອດມື້ໄຫລເຮືອໄຟ ຕາມວັດ ຕາມບ້ານຕ່າງໆ ທົ່ວຫລວງພຣະບາງເຮົາ ແລະທົ່ວປະເທດກໍ່ຈະພາກັນໄຕ້ໂຄມ ໄຫລເຮືອໄຟກັນແລ້ວ ແລະບັນດາເຖົ້າແກ່ແນວໂຄມບ້ານຊຽງທອງຄີລີ ກໍ່ເລັ່ງພາກັນຕິດເຮືອໄຟຂອງຄຸ້ມບ້ານເພື່ອປະກອບສ່ວນເຂົ້າຂະບວນແຫ່ເຮືອໄຟ ທີ່ທາງການຈະຈັດຂຶ້ນ. Cr: ວັດຊຽງທອງ ແລະ Alounny Keovonglath
ເຫດບ້ານການເມືອງ

ປະກາດຫາພີ້ນ້ອງຜູ້ເສຍຊີວິດ

ໃນຄໍ່າຄືນຂ້ອນແຈ້ງຂອງວັນທີ 03 ຕຸລາ 2023 ເຈົ້າໜ້າ ຈາລະຈອນ ເມືອງ ວຽງຄຳ ແຂວງ ວຽງຈັນ ໄດ້ຮັບແຈ້ງ ເກີດອຸປະຕິເຫດທີ່ ບ້ານໂພນຊອງ ເມືອງວຽງຄຳ ແຂວງວຽງຈັນ ຈຶ່ງໄດ້ລົງກວດສະຖານທີ່ເກີດເຫດພົບເຫັນ ເປັນລົດຈັກ ແລະ ພົບຜູ້ເສຍຊີວິດເປັນເພດຊາຍ ຕາມເອກະສານຂອງຜູ້ກ່ຽວ ຊື່ ທ້າວ ລືວ່າ ຢົງກົວ ອາຊີບນັກສຶກສາ ຢູ່ບ້ານ ຫ້ວຍເຈາະ ເມືອງວຽງຄຳ ແຂວງຫຼວງພະບາງ ຈຶ່ງໄດ້ປະກາດຫາພີ້ນ້ອງເສຍຊີວິດເພື່ອມາຮັບສົບຂອງຜູ້ກ່ຽວໄປ ປະກອບພິທີທາງສາສະໜາ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດດ້ວຍ ແຫຼ່ງຂ່າວ: Phouvieng Thammavong