ບັນເທິງ ແລະ ກີລາ

ເສົ້າທັງວົງການ ພິທີກອນຊື່ດັງ ດັບຄາຫ້ອງນໍ້າ

ພິທີກອນຊື່ດັງ ພິທີກອນດັງ ລາຍການສະໂມສອນຊາວບ້ານ ແລະ ຂ່າວກິລາ ທາງສະຖານີ ໂທລະພາບ ລາວສະຕາຣ໌ ທ່ານ ພຸດດາມອນ ຈັນທະລາສີ ຫຼື ຈ່ອຍ ໄດ້ເສຍຊີວິດໃນຂະນະປະຕິບັດພາລະກິດ ສື່ມວນຊົນ ທີ່ເຂົ້າຮ່ວມໃນງານ ມະຫະກຳກິລາເອຊຽນເກມ ເອຊຽນເກມ ປະເທດຈີນ (ຂໍ້ມູນເບື້ອງຕົ້ນແມ່ນພົບຜູ້ກ່ຽວນອນເສຍຊີວິດຢູ່ພາຍໃນຫ້ອງນໍ້າ)
ບົດຄວາມ ແລະ ເລື່ອງສັ້ນ

ໄຂ້ມາລາເຣຍ ພະຍາດທີ່ທຸກຄົນຄວນໃສ່ໃຈ ແລະ ປ້ອງກັນ

ໄຂ້ມາລາເຣຍ ເກີດຈາກເຊື້ອປະຣາຊິດຊະນິດໜຶ່ງ ( ເອີ້ນວ່າ ແພຼດສ໌ໂມດຽມ ( Plasmodium ) ທີ່ຕິດຕໍ່ຫາຄົນໂດຍມີຍຸງກົ້ນປ່ອງ ( ມີຊື່ສາກົນວ່າ “ Anopheles” ) ເປັນພາຫະນະ ເຊິ່ງສ່ວນໃຫຍ່ແລ້ວ ພວກມັນມັກກັດຄົນ ຫຼື ອອກຫາກິນແຕ່ໃນເວລາກາງຄືນ. ເຊື້ອໄຂ້ມາລາເຣຍ ຖ້າປາສະຈາກຢາປິ່ນປົວ ກໍສາມາດເປັນຄືນໄດ້ອີກຫຼາຍຄັ້ງ ຍ້ອນວ່າເຊື້ອປາຣາຊິດ ພາໃຫ້ເປັນມາລາເຣຍຢູ່ໃນຕັບຂອງຄົນເຈັບ. ຢາປິ່ນປົວຈະຊ່ວຍໃຫ້ຄົນເຈັບຫາຍດີໄດ້ ໂດຍການອອກລິດກຳຈັດເຊື້ອປາຣາຊິດ ທີ່ເປັນຕົ້ນຕໍຂອງໄຂ້ມາລາເຣຍນັ້ນ. ພະຍາດໄຂ້ມາລາເຣຍ ເປັນອັນຕະລາຍຫຼາຍສຳລັບເດັກອ່ອນ, ເດັກນ້ອຍອາຍຸຕ່ຳກວ່າ 5 ປີ, ແມ່ຍິງຖືພາ ແລະ ຜູ້ທີ່ມີເຊື້ອ HIV. ເມື່ອຖືພາ ຫຼື ຕິດເຊື້ອເອັສໄອວີ ( HIV ) ຫຼື ມີອາການເຈັບເປັນອື່ນໆ ຈະເຮັດໃຫ້ຮ່າງກາຍຄົນເຈັບອ່ອນແອ ແລະ ຕ້ານທານການຕິດເຊື້ອບໍ່ໄດ້ດີ, ສະນັ້ນການຕິດເຊື້ອມາລາເຣຍ ແລະ ມີອາການໄຂ້ມາລາເຣຍຮຸນແຮງນັ້ນມີໂອກາດເປັນໄປໄດ້ສູງ. ອາການສະແດງອອກຂອງໄຂ້ມາລາເຣຍ: ອາການໄຂ້ອາດຈະບໍ່ແຮງແຕ່ມັນມັກມີໄຂ້ຂຶ້ນສູງ 39 ອົງສາ C ຫຼື ສູງກວ່ານັ້ນ, ໜາວສັ່ນ, ເຫື່ອອອກ, ເຈັບຫົວ, ເຈັບປວດຕາມຮ່າງກາຍ, ປວດຮາກ, ບໍ່ຢາກອາຫານ, ຮ່າງກາຍຫຼ່າເຫຼືອງ ແລະ ອ່ອນແອຍ້ອນພະຍາດເລືອດຈາງ, ຜິວໜັງ ແລະ ຕາຊີດເຫຼືອງພໍປະມານ ( ສ່ວນຂອງຕາຂາວ ຫຼື ຜິວໜັງຂອງຜູ້ທີ່ມີສີຜິວແຈ້ງແດ່ນັ້ນຈະມີສີເຫຼືອງ ), ມ້າມໃຫຍ່ ການກວດເລືອດຈະເປັນການຢືນຢັນໄດ້ວ່າຄົນເຈັບເປັນໄຂ້ມາລາເຣຍແທ້ ຫຼື ບໍ່. ວິທີຮັບມື ແລະ ປ້ອງກັນ ພະຍາດໄຂ້ມາລາເຣຍ ປະຕິບັດດັ່ງນີ້: ຖ້າມີໄຂ້, ຮາກ ຫຼື ມີອາການຖອກທ້ອງ, ຄົນເຈັບຈຳເປັນຈະຕ້ອງໄດ້ພັກຜ່ອນ ແລະ ດື່ມນ້ຳສະອາດ,ກິນແກງ ແລະ ເຄື່ອງດື່ມທົດແທນສານນ້ຳ. ເຖິງວ່າຈະຮູ້ສຶກດີຂຶ້ນແລ້ວກໍຕາມ, ກິນຢາໃຫ້ຄົບຕາມທີ່ແພດສັ່ງ. ຖ້າກິນຢາບໍ່ຄົບຕາມກຳນົດຕາມທີ່ແພດສັ່ງ, ມາລາເຣຍອາດຈະກັບມາເປັນຄືນອີກ ແລະ ຢາທີ່ໃຊ້ປິ່ນປົວຢູ່ນັ້ນກໍອາດຈະໃຊ້ບໍ່ໄດ້ຜົນອີກຕໍ່ໄປ. ການນອນໃນມຸ້ງທີ່ຍ້ອມນໍ້າຢາກັນຍຸງ ແມ່ນວິທີການປ້ອງກັນໄຂ້ມາລາເຣຍທີ່ດີທີ່ສຸດວິທີໜຶ່ງ. ມຸ້ງດັ່ງກ່າວນີ້ແມ່ນຍ້ອມດ້ວຍຢາກັນຍຸງໜຶ່ງ ຫຼື ຫຼາຍຊະນິດກວ່ານັ້ນ ເຊິ່ງກໍຖືວ່າຂ້ອນຂ້າງຈະປອດໄພ ໂດຍສະເພາະຖ້າທຽບໃສ່ກັບການຕິດເຊື້ອພະຍາດໄຂ້ມາລາເຣຍ. ແຕ່ງກາຍມິດຊິດ ສວມໃສ່ເສື້ອ ແລະ ໂສ້ງຂາຍາວເມື່ອອອກຈາກເຮືອນ. ທໍາລາຍພາຊະນະທີ່ບໍ່ຈໍາເປັນ ເພາະອາດມີນໍ້າຂັງໄດ້ ແລະ ພາຊະນະທີ່ໃຊ້ເກັບນໍ້າຕ້ອງມີຝາປິດລະອຽດ. ລ້ຽງປານ້ອຍ ( ປາຫາງນົກຍຸງ ) ໃນບໍ່ ຫຼື ອ່າງນໍ້າ ເພື່ອກໍາຈັດລູກນໍ້າ ຫຼື ຕົວອ່ອນຂອງຍຸງລາຍ. ປັບປຸງສິ່ງແວດລ້ອມໃນເຮືອນ ແລະ ນອກເຮືອນໃຫ້ເປັນລະບຽບ, ບໍ່ອັບ, ໃຫ້ສະອາດຢູ່ສະເໝີ. ໄປຮັບວັກຊີນປ້ອງກັນໄຂ້ເລືອດອອກ ເປັນວິທີທີ່ຊ່ວຍຫຼຸດຄວາມສ່ຽງໃນການຕິດເຊື້ອ ເຊິ່ງຈະຊ່ວຍໃຫ້ຮ່າງກາຍມີພູມຄຸ້ມກັນຕໍ່ເຊື້ອພະຍາດນີ້ ຖ້າຕິດເຊື້ອກໍຈະຊ່ວຍຫຼຸດຄວາມຮຸນແຮງ ແລະ ຄວາມອັນຕະລາຍຂອງພະຍາດໄດ້. [ ຂໍ້ມູນຈາກ: ສູນຂ່າວສານການແພດສຸຂະສຶກສາ ]
ເສດຖະກິດ ແລະ ການເມືອງ

ກະຊວງການຕ່າງປະເທດຈັດກອງປະຊຸມຕີລາຄາທົບທວນວຽກງານຈັດຕັ້ງ 5 ປີ ແລະ ວາງທິດທາງໃນຕໍ່ໜ້າ

ຕອນເຊົ້າຂອງ ວັນທີ 10 ກຸມພາ 2022 ທີ່ ກະຊວງການຕ່າງປະ ເທດ ໄດ້ຈັດກອງປະຊຸມຕີລາຄາທົບທວນວຽກງານຈັດຕັ້ງ 5 ປີຜ່ານມາ ແລະ ວາງທິດທາງແຜນການຕໍ່ໜ້າ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະ ການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ ຊຶ່ງມີບັນດາ ສະຫາຍ ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມ, ຮອງກົມ ແລະ ພະ ນັກງານຫຼັກແຫຼ່ງ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມທັງໝົດ ຈໍານວນ 108 ສະຫາຍ, ຍິງ 33 ສະຫາຍ. ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້, ແມ່ນເພື່ອເປັນການຜັນຂະ ຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກເລທີ 04/ຄລສພ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ໃຫ້ເປັນຮູບປະທໍາ ໃນວຽກພັກ ແລະ ພະນັກງານ. ກອງປະຊຸມ ໄດ້ຮັບຟັງບົດລາຍ ງານ ການຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານພັກ-ພະ ນັກງານ ໃນ 5 ປີ ຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນຫຼາຍດ້ານ, ໃນວຽກງານກໍ່ສ້າງພັກ, ວຽກງານພະນັກງານ, ວຽກ ງານປັບປຸງການຈັດຕັ້ງ, ເປັນຕົ້ນ ຄະນະພັກ ຄະນະນໍາກະຊວງການຕ່າງປະເທດໄດ້ເອົາໃຈໃສ່ຊີ້ນໍານໍາພາທາງດ້ານການເມືອງແນວຄິດ, ເຮັດໃຫ້ສະມາຊິກພັກ-ພະ ນັກງານ ເຊື່ອມຊຶມແນວທາງນະໂຍ ບາຍຂອງພັກ-ລັດ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ບຸກບືນ ຫ້າວ ຫັນ ໃນການປະຕິບັດໜ້າທີ່ວຽກ ງານທີ່ໄດ້ຮັບມອບໝາຍ; ໄດ້ສຸມໃສ່ວຽກງານກໍ່ສ້າງພັກ ເຮັດໃຫ້ພັກມີການຈັດຕັ້ງທີ່ເຂັ້ມແຂງ ແລະ ມີແບບແຜນວິທີນໍາພາຕາມຫຼັກການລວມສູນປະຊາທິປະໄຕ ແລະ ສ້າງພັກໄປຕາມທິດສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ເຊິ່ງໃນປີ 2020 ມີ 20 ໜ່ວຍພັກໄດ້ຮັບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ. ໃນວຽກພະນັກງານ ກໍ່ໄດ້ມີການປັບປຸງ ແລະ ສ້າງນິຕິກໍາເປັນອັນສະເພາະຂອງກະຊວງການຕ່າງປະເທດ ແລະ ມີການສ້າງພະນັກງານໄປຕາມແຜນກໍານົດພະນັກງານ ທີ່ໄດ້ຜ່ານຂະ ບວນການທາບທາມຢ່າງມີປະ ຊາທິປະໄຕ, ມີການບໍາລຸງ-ກໍ່ສ້າງພະນັກງານ ຊຶ່ງໃນ 5 ປີຜ່ານມາ ໄດ້ສົ່ງພະນັກງານໄປຍົກລະດັບວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດ 554 ຄົນ, ຍິງ 346 ຄົນ, ກໍ່ສ້າງ ແລະ ຝຶກອົບຮົມທິດ ສະດີການເມືອງຢູ່ພາຍໃນ ແລະ ຕ່າງປະເທດໄດ້ 160 ຄົນ, ຍິງ 55 ຄົນ, ມີການຄຸ້ມຄອງ, ແຕ່ງຕັ້ງ, ສັບຊ້ອນ, ຈັດວາງພະນັກງານ ຢ່າງເປັນລະບົບ, ລວມເຖິງມີການປະເມີນຜົນພະນັກງານຢ່າງເປັນປົກກະຕິ, ມີການປະຕິບັດນະ ໂຍບາຍ ລວມເຖິງປະຕິບັດວິໄນຕໍ່ພະນັກງານທີ່ເສຍທາດຂາດຄຸນ ລະເມີດກົດລະບຽບພັກ ແລະ ກົດໝາຍລັດ. ໃນວຽກງານປັບປຸງການຈັດຕັ້ງ, ຄະນະພັກແຕ່ລະຂັ້ນ ໄດ້ສຸມໃສ່ປັບປຸງໄປຕາມທິດກະ ທັດຮັດ ແລະ ມີການກໍານົດແບ່ງພາລະບົດບາດຢ່າງຊັດເຈນ ຫຼີກ ເວັ້ນການປະຕິບັດວຽກງານທັບຊ້ອນກັນ, ມາເຖິງປັດຈຸບັນ 8 ກົມ ຈາກທັງໝົດ 17 ກົມ ຂອງກະ ຊວງ ສາມາດສໍາເລັດການປັບປຸງ ການກໍານົດຕໍາແໜ່ງງານແລ້ວ ແລະ ຄາດວ່າ ຈະສູ້ຊົນໃຫ້ສໍາເລັດໃນອະນາຄົດອັນໃກ້ນີ້. ນອກຈາກນີ້, ບົດລາຍງານຍັງໄດ້ຊີ້ໃຫ້ເຫັນບາງຈຸດທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່, ບົດຮຽນທີ່ຖອດຖອນໄດ້ ແລະ ໄດ້ວາງທິດ ທາງແຜນການຕໍ່ໜ້າ ຊຶ່ງໄດ້ກໍານົດໜ້າວຽກຕ່າງໆທີ່ສໍາຄັນ ເພື່ອແນໃສ່ເຮັດໃຫ້ວຽກງານພັກ-ພະ ນັກງານ ຂອງກະຊວງການຕ່າງປະ ເທດ ກ້າວເຂົ້າສູ່ຄຸນນະພາບອັນໃໝ່ສູງຂຶ້ນກ່ວາເກົ່າ. ໃນກອງປະຊຸມໄດ້ມີການປະກອບຄໍາຄິດຄໍາເຫັນຕໍ່ບົດລາຍງານຢ່າງກ້ວາງຂວາງ ແລະ ກົງໄປກົງມາ, ພ້ອມທັງສະເໜີແນະວິທີການ ແລະ ມາດຕະການ ໃນການຍົກສູງຄຸນນະພາບວຽກງານກໍ່ສ້າງພັກ-ພະນັກງານ ຂອງກະຊວງການຕ່າງປະເທດໃນຕໍ່ໜ້າ ແລະ ມີການຮັບຮອງເອົາມະຕິກອງປະຊຸມຢ່າງເປັນເອກະສັນ. ໃນຕອນທ້າຍກອງປະຊຸມ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະ ຊວງການຕ່າງປະເທດ ໄດ້ໂອ້ລົມໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກບາງບັນຫາ ເປັນຕົ້ນວຽກງານກໍ່ສ້າງພັກ ຕ້ອງການເພີ່ມທະວີການນໍາພາການເມືອງ- ແນວຄິດ ຂອງບັນດາສະຫາຍຄະນະພັກໃຫ້ຫຼາຍຂຶ້ນກວ່າເກົ່າ, ເພື່ອເຮັດໃຫ້ຖັນແຖວພະນັກງານນຳພາ ໄດ້ຮັບການປະກອບຄວາມຮູ້ລັດທິມາກ-ເລນິນ ແລະ ແນວຄິດປະທານ ໄກສອນ ພົມວິຫານ ເພື່ອເປັນພື້ນຖານທິດສະດີໃນພາລະກິດປະຕິບັດໜ້າທີ່ວຽກ ງານຂອງຕົນ, ໂດຍຕິດພັນກັບການກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ມີແບບແຜນນໍາພາທີ່ຖືກຕ້ອງ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ ຄະນະ, ແບ່ງວຽກ ໃຫ້ບຸກຄົນຮັບຜິດຊອບ, ມີການຕິດຕາມກວດກາ, ປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ຢ່າງປົກກະຕິ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນພັກ. ວຽກງານພະນັກງານ ໃຫ້ເອົາໃຈໃສ່ ສືບຕໍ່ກໍ່ສ້າງພະນັກ ງານນຳພາ-ຄຸ້ມຄອງ ແລະ ພະນັກ ງານສືບທອດປ່ຽນແທນຢູ່ແຕ່ລະຂັ້ນ ຢ່າງເປັນລະບົບ ແລະ ຕໍ່ ເນື່ອງ, ເລືອກເຟັ້ນ ແລະ ສັບຊ້ອນພະນັກງານ ດ້ວຍການວາງລະ ບຽບ, ກົນໄກ, ມາດຕະຖານຕໍ່ພະນັກງານນຳພາຄຸ້ມຄອງແຕ່ລະປະເພດໃຫ້ລະອຽດ, ຊັດເຈນ ແລະ ຈະແຈ້ງ; ໃຫ້ເອົາໃຈໃສ່ປະຕິບັດນະໂຍບາຍຢ່າງທົ່ວເຖິງ, ຍຸຕິທໍາ ແລະ ໂປ່ງໃສ ແລະ ຕ້ອງສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ ໄປຕາມທິດກະທັດຮັດ, ບຸກຄົນໜຶ່ງຮັບຜິດຊອບຫຼາຍວຽກ. ສຸດທ້າຍ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນນໍາເອົາເນື້ອໃນຈິດໃຈທີ່ໄດ້ຕົກລົງກັນ ໃນກອງປະຊຸມໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ. ຂ່າວ;ພາບ: ກົມການຂ່າວ…
ບັນເທິງ ແລະ ກີລາ

ຫຼຽນທອງທີສອງ ທັບນັກກິລາບານບ້ວງລໍ້ເລື່ອນສາວລາວ!

ບານບ້ວງສາວລາວ ຊະນະ ຟີລິບປິນ ຂາດຮອຍ 58-9 ຄະແນນ ຄວ້າຫຼຽນທອງທີສອງ. ທັບນັກກິລາບານບ້ວງລໍ້ເລື່ອນສາວລາວ ປະເພດທີມ 5 ຄົນ ສູ້ສຸດຂີດ ສາມາດບຽດເອົາຊະນະ ທີມສາວຈາກຟີລິບປິນ ໄປໄດ້ 58-9 ຄະແນນ ຄວ້າຫຼຽນທອງ ເປັນຫຼຽນທີສອງ ໃຫ້ທັບນັກກິລາບານບ້ວງລາວ ໃນການເຂົ້າຮ່ວມແຂ່ງຂັນ “ໂຊໂລ ເກມ 2022” ຫຼັງຈາກປະເພດທີມ 3 ຄົນ ຄວ້າມາໄດ້ແລ້ວກ່ອນໜ້ານີ້. ການແຂ່ງຂັນກິລາບານບ້ວງລໍ້ເລື່ອນຄັ້ງນີ້ 5 ນັກກິລາທີ່ລົງຕົວຈິງ ຂອງທີມນັກບານບ້ວງລໍ້ເລື່ອນສາວລາວ ປະກອບດ້ວຍ ນາງ ວິໄລພອນ ຄໍາມິກູນ ຫົວໜ້າທີມ, ນາງ ພັດສະລາ ອິນສະຫຼອງ, ນາງ ພູໂຂງ ແພງສີ, ນາງ ກາວລີ ຈົງຊົວລີ ແລະ ນາງ ພິດສະໄໝ ແກ້ວປະເສີດ ລົງສະໜາມ ໃນຮອບຊີງທີສາມ ຫຼັງຈາກແຂ່ງແບບຄົບກັນໝົດໃນສາຍ ທີ່ມີ 4 ທີມ ປະກອບໄປດ້ວຍ ສປປ ລາວ, ໄທ, ຟີລິບປິນ ແລະ ກໍາປູເຈຍ ໂດຍຈະຄັດເອົາທີມທີ່ມີຄະແນນດີອັນດັບ 1 ແລະ 2 ເຂົ້າໄປຊີງຫຼຽນຄໍາ ສ່ວນທີມມີຄະແນນດີເປັນອັນດັບສາມ ແລະ ສີ່ ໄດ້ເຂົ້າຊີງທີສາມ ຫຼື ຫຼຽນທອງ. ດັ່ງນັ້ນ, ໃນຮອບເກັບຄະແນນ ທີມສາວລາວ ມີຄະແນນເປັນອັນດັບສາມ ສ່ວນຟີລິບປິນມາເປັນອັນດັບສີ່ ແລະ ທັງສອງກໍເຄີຍພົບກັນມາແລ້ວ ໂດຍທີມສາວລາວເປັນຝ່າຍຊະນະ 63-6. ດັ່ງນັ້ນ, ນັດນີ້ ຈຶ່ງເປັນອີກນັດລ້າງຕາຂອງທັງສອງທີມ. ການແຂ່ງຂັນໃຊ້ລະບົບແບ່ງເປັນສີ່ຄວໍເຕີ້ (4 ຕັງ) ຕັງລະ 10 ນາທີ, ໂດຍເລີ່ມເກມໃນ ຄວໍເຕີ້ 1 ເຖິງ 3 ເປັນທີມສາວລາວທີ່ຄອງບານໄດ້ດີກວ່າ ແລະ ສ້າງສັນເກມບຸກໄດ້ຫຼາຍກວ່າ ເຮັດໃຫ້ສາມາດເກັບແຕ້ມໄດ້ເປັນກອບເປັນກຳ ເຮັດໃຫ້ນຳອອກໄປກ່ອນ 40-23 ຄະແນນ. ດັ່ງນັ້ນ, ໃນຄວໍເຕີ້ທີ 4 ທີມສາວລາວເລີ່ມຜ່ອນເກມ ເຮັດໃຫ້ ຟີລິບປິນ ເກັບຄະແນນນຳມາ ຈົນຈົບເວລາ ເຮັດໃຫ້ທີມສາວລາວ ເປັນຝ່າຍຊະນະ ຟີລິບປິນ ໄປໄດ້ອີກ 58-9 ຄະແນນ ເຮັດໃຫ້ສາມາດຄວ້າຫຼຽນທອງ ໃນປະເພດ ທີມ 5 ຄົນ ມາຄອງໄດ້ ນັບເປັນຫຼຽນທອງຫຼຽນທີສອງຂອງທັບນັກກິລາລໍ້ເລື່ອນສາວລາວ ຫຼັງຈາກກ່ອນໜ້ານີ້ ປະເພດທີມ 3 ຄົນ ສາມາດຄວ້າຫຼຽນທອງ ມາຄອງໄດ້ເຊັ່ນກັນ. ດ້ານ ທ່ານ ສຸກທະວີສອນ ຄູນສີປະເສີດ ຄູຝຶກທີມສາວລາວ ໃຫ້ສຳພາດວ່າ: “ຮູ້ສຶກດີໃຈຫຼາຍທີ່ນັກກິລາເຮົາສາມາດເຮັດໄດ້ເກີນເປົ້າໝາຍ ເນື່ອງຈາກກ່ອນເດີນທາງມາຄັ້ງນີ້ ພວກເຮົາມີເວລາໃນການເກັບຕົວຝຶກແອບຂ້ອນຂ້າງໜ້ອຍ ແລະ ອຸປະກອນພວກເຮົາ ໂດຍສະເພາະລໍ້ເລື່ອນ ກໍຂ້ອນຂ້າງເກົ່າແກ່ຫຼາຍ ເພາະໃຊ້ມາຫຼາຍປີ. ດັ່ງນັ້ນ, ຈຶ່ງບໍ່ກ້າຫວັງສູງປານໃດ ມີແຕ່ຈະພະຍາຍາມບືນໃຫ້ໄດ້ຫຼຽນໃດຫຼຽນໜຶ່ງເທົ່ານັ້ນ. ອີກຢ່າງໜຶ່ງ, ກໍນັບເປັນຄັ້ງທຳອິດທີ່ທີມບານບ້ວງຍິງລໍ້ເລື່ອນລາວ ໄດ້ເຂົ້າຮ່ວມການແຂ່ງຂັນໃນລະດັບພູມີພາກເຊັ່ນນີ້ ຜ່ານມາມີແຕ່ທີມຊາຍ. ແຕ່ສຸດທ້າຍພວກເຮົາກໍສາມາດຄວ້າມາໄດ້ເຖິງ 2 ຫຼຽນ ທັງທີມ 3 ຄົນ ແລະ 5 ຄົນ”. ນອກຈາກນີ້, ໃນກິລາປະເພດໂກນບານ ທັງທີມຊາຍ ແລະ ຍິງ ກໍຈະລົງຊີງຫຼຽນທອງທັງຄູ່ ໃນວັນທີ 5 ສິງຫາ 2022.