ເສດຖະກິດ ແລະ ການເມືອງ

ລັດຖະບານຕັ້ງເປົ້າອອກທະບຽນທີ່ດິນ 220,000ຕອນ ໃນປີ 2023

ໝົດປີ 2023 ນີ້ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕັ້ງເປົ້າຂຶ້ນທະບຽນໃບຕາດິນໃຫ້ໄດ້ 220.000 ຕອນ ຫຼື ເທົ່າ ກັບ 55% ຂອງແຜນການປີ. ຜ່ານມາຈັດຕັ້ງປະຕິບັດຂຶ້ນທະບຽນອອກໃບຕາດິນ ໄດ້ພຽງແຕ່ 110.262 ຕອນ (ຂໍ້ມູນ ວັນທີ 23/10/2023) ເທົ່າກັບ 27.50 % ຂອງແຜນການປີ (400.000 ຕອນ) ເຊິ່ງ ຕົວເລກສໍາມະໂນຕອນດິນ ທີ່ເຮົາເກັບກໍາໄດ້ທັງໝົດໃນທົ່ວປະເທດ ມີທັງໝົດ 3 ລ້ານກວ່າຕອນ, ຂຶ້ນທະບຽນອອກໃບຕາດິນສໍາເລັດແລ້ວ 1,5 ລ້ານກວ່າຕອນ, ຍັງປະມານ 1,6 ລ້ານຕອນ ຈຶ່ງເປັນຄາດໝາຍສູ້ຊົນ ຢາກໃຫ້ສໍາເລັດໃນປີ 2025. ການຈັດຕັ້ງປະຕິບັດຕົວຈິງ ເຄິ່ງສະໄໝ (2021-2025) ສາມາດຂຶ້ນທະບຽນອອກໃບຕາດິນໄດ້ 335.455 ຕອນ ຫຼື ປະມານ 21% ຂອງ ແຜນການ 5 ປີ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ທີ່ໄດ້ຊີ້ແຈ້ງຕໍ່ຄຳຊັກຖາມຂອງ ສສຊ ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ພະຈິກ ຜ່ານມາວ່າ: ລັດຖະບານ, ອົງການປົກຄອງທ້ອງຖິ່ນ ກໍຄື ຂະແໜງ ຊສ ກໍໄດ້ເອົາໃຈໃສ່ ໃນການສືບຕໍ່ສູ້ຊົນ, ແກ້ໄຂບັນຫາທີ່ເປັນອຸປະສັກ ໂດຍອີງໃສ່ທ່າແຮງ ແລະ ຄວາມສາມາດຕົວຈິງ, ພາຍໃຕ້ການສະໜັບສະໜູນ ແລະ ການຮ່ວມມືຂອງຫຼາຍພາກສ່ວນ. ສະເພາະ, ພາຍໃນກະຊວງ ຊສ ກໍໄດ້ດໍາເນີນມາດຕະການດັ່ງນີ້: 1) ແຕ່ງຕັ້ງຄະນະຮັບຜິດຊອບ 10 ຄະນະ, ປະກອບມີຄະນະກົມ ແລະ ວິຊາການຂອງກົມທີ່ດິນ ເພື່ອລົງຊຸກຍູ້ ການປັບປຸງວຽກງານຄຸ້ມຄອງທີ່ດິນ ແລະ ຂຶ້ນທະບຽນອອກໃບຕາດິນ ຢູ່ທຸກໆແຂວງໃນຂອບເຂດທົ່ວປະເທດ; 2) ເອົາໃຈໃສ່ ຜັນຂະຫຍາຍນິຕິກໍາລຸ່ມກົດໝາຍ ໃຫ້ຄົບຊຸດ ເພື່ອເປັນບ່ອນອີງໃຫ້ແກ່ການຂຶ້ນທະບຽນອອກໃບຕາດິນ ໂດຍສະເພາະ ທີ່ດິນປ່າໄມ້; 3) ຊຸກຍູ້ ອົງການປົກຄອງແຂວງ ແລະ ເມືອງ ໃນການສ້າງ ແລະ ປະກອບແຜນການນໍາໃຊ້ງົບປະມານເພື່ອຂຶ້ນທະບຽນອອກໃບຕາດິນ; 4) ເລັ່ງການຈັດຊື້ ແລະ ປະກອບອຸປະກອນ ໃຫ້ກັບໜ່ວຍງານຂຶ້ນທະບຽນອອກໃບຕາດິນຂອງເມືອງ ຕາມງົບປະມານຂອງໂຄງການ ແລະ ງົບປະມານທີ່ໄດ້ຮັບອະນຸມັດຈາກລັດຖະບານ ໃຫ້ສໍາເລັດໃນເດືອນພະຈິກ 2023 ນີ້; (ບາງອົງການປົກຄອງທ້ອງຖິ່ນ ກໍໄດ້ບິແບ່ງງົບປະມານຂອງແຂວງຕົນ ຊ່ວຍຈັດຊື້ອຸປະກອນ, ຈັດສັນທີ່ດິນ ແລະ ການປັບປຸງຫ້ອງການເມືອງ); 5) ສືບຕໍ່ປະສານສົມທົບ ກັບກະຊວງ/ຂະແໜງການກ່ຽວຂ້ອງ ໃຫ້ມີສ່ວນຮ່ວມໃນການຈັດສັນທີ່ດິນ ແລະ ຂຶ້ນທະບຽນອອກໃບຕາດິນ; 6) ເປີດໃຫ້ພາກສ່ວນເອກະຊົນ ມີສ່ວນຮ່ວມໃນວຽກງານສໍາຫຼວດ ວັດແທກທີ່ດິນ ແລະ ການຫັນເປັນທັນສະໄໝ; 7) ເຜີຍແຜ່ ແລະ ປູກຈິດສໍານຶກໃຫ້ກັບປະຊາຊົນ ທີ່ຢູ່ໃນບ້ານຫ່າງໄກສອກຫຼີກ ຮ່ວມມືເຂົ້າຮ່ວມໃນຂະບວນການຂຶ້ນທະບຽນອອກໃບຕາດິນ;  ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ໃນການມອບວຽກ ຂຶ້ນທະບຽນອອກໃບຕາດິນ ແລະ ຈົດທະບຽນປ່ຽນແປງສິດນໍາໃຊ້ທີ່ດິນ ຈາກຂັ້ນແຂວງ ໃຫ້ຂັ້ນເມືອງ ໃຫ້ສໍາເລັດ. ທີ່ມາ: ຄັດຈາກ ໜັງສືພີມວຽງຈັນທາມ